www.nafri
www.youtoub.com
www.laos.com
www.hotmail.com
www.facebook.com
ສະມາຄົມເຄືອຂ່າຍເພື່ອການພັດທະນາສັງຄົມ
ໄດ້ຮັບອະນຸມັດສ້າງຕັ້ງ ຈາກກະຊວງພາຍໃນສະບັບເລກທີ 378, ລົງວັນທີ 28 ມິຖຸນາ 2012.
ສະມາຄົມເຄືອຂ່າຍເພື່ອການພັດທະນາສັງຄົມ ເປັນອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລ
ເຊິ່ງມີພາລະບົດບາດໃນການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ປະກອບສ່ວນເຂົ້າໃນວຽກງານພັດທະນາສັງຄົມ
ໂດຍມີເປົ້າໝາຍທີ່ຈະປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຜູ້ດ້ອຍໂອກາດທັງ ຍິງ
ແລະ ຊາຍ ໃນ ສປປລາວ ໂດຍການສ້າງໂອກາດໃນການເຂົ້າເຖິງຊັບພະຍາກອນ
ເພື່ອນໍາໃຊ້ເຂົ້າການຜະລິດ ແລະ ໄດ້ຮັບຜົນປະໂຫຍດຈາກການບໍລິການຕ່າງໆທີ່ຈໍາເປັນ,
ເພື່ອການດຳລົງຊີວິດຂອງເຂົາເຈົ້າ.